
ໃນຕອນແລງຂອງວັນທີ 19 ພະຈິກ 2024 ທາງບໍລິສັດໂຕໂຍຕ້າ ໄດ້ມອບອຸປະກອນລົດໃຫຍ່ ແລະ ອຸປະກອນໄອທີ (ທີ່ຜ່ານໃຊ້ງານແລ້ວ) ເພື່ອໃຫ້ທາງວິທະຍາໄລ ໄດ້ນຳໃຊ້ເຂົ້າໃນວຽກ ການຮຽນ-ການສອນ ໃຫ້ແກ່ນັກສຶກສາ ຂອງວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ ເຊິ່ງຕາງໜ້າມອບມີ: ທ່ານ ອະພິເດດ ມິ່ງບຸບຜາ ຫົວໜ້າພະແນກຈັດຕັ້ງ, ທ່ານ ອາວຸດ ເກື້ອກິມ ຫົວໜ້າພະແນກຫຼັງການຂາຍ ແລະ ຕາງໜ້າຮັບມີ: ທ່ານ ຈັນທີ ວິລະໄຊພອນ ຜູ້ອຳນວຍການວິທະຍາໄລ, ທ່ານ ຫົງທອງ ອິນທະວົງ ຮອງຂະແໜງອາຊີວະສຶກສາ. ລວມມູນຄ່າໃນການມອບ-ຮັບໃນຄັ້ງນີ້ເປັນມູນຄ່າ 650,000,000 ກີບ
ວັນທີ 12 ກຸມພາ 2025 ນີ້. ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ພາຍໃຕ້ການເປັນຂອງທ່ານ ພັທ ສົມພອນ ພົມມະລີ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ, ໂດຍການເຂົ້າຮ່ວມເປັນກຽດ ຂອງທ່ານ ທະວີສັກ ໄຊຍະວົງ ເລຂາພັກເມືອງ ເຈົ້າເມືອງໆເງິນ ມີຄະນະພັກ ຄະນະບັນຊາກອງບັນຊາການ ແຂກຖືກເຊີນ, ແລະ ບັນດານາຍພົນຕໍາຫຼວດ, ໃນທົ່ວເມືອງເຂົ້າຮ່ວມ.
ທ່ານ ພັທ ສົມພອນ ພົມມະລີ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ເປັນກຽດຂື້ນເປີດກອງປະຊຸມ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ກອງປະຊຸມປະຈໍາປີຄັ້ງນີ້, ພວກເຮົາຈະໄດ້ພ້ອມກັນສະຫຼຸບຕີລາຄາຄືນ ວຽກງານປ້ອງກັນຄວາມສະຫງົບ ຊອກໃຫ້ເຫັນຈຸດອອ່ນ ຄົງຄ້າງ ແລະ ມີວິທີແກ້ໄຂໃນຕໍ່ໜ້າ ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂື້ນໄປເລື້ອຍໆ
ຈາກນັ້ນ ທ່ານ ພັທ ຄໍາຫຼ້າ ພອນພະຈັນ ຫົວໜ້າຫ້ອງການ ປກສ ເມືອງ ໄດ້ຂື້ນຜ່ານຮ່າງບົດສະຫຼຸບ ວຽກງານປ້ອງກັນຄວາມສະຫງົບ ປະຈໍາ ປີ 2024 ແລະ ທິດທາງແຜນການ ປີ 2025 ຕະຫຼອດໄລຍະ 1 ປີຜ່ານມາ ຄະນະພັກ ຄະນະບັນຊາ ກອງບັນຊາການ ປກສ ເມືອງເງິນ ແມ່ສຸມໃສ່ຈັດຕັ້ງປະຕິບັດ 4 ຄາດໜາຍ 4 ແຜນງານໃຫຍ່ ວຽກງານປ້ອງຄວາມສະຫງົບ ຜ່ານການຈັດຕັ້ງປະຕິບັດ ໄດ້ເຮັດໃຫ້ກໍາລັງພວກເຮົາມີຄວາມໜັກແໜ້ນເຂັ້ມແຂງ ສາມາດເຮັດໃຫ້ເມືອງເງິນມີສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮ້ອຍ ໂດຍພື້ນຖານ, 1 ປີ ຜ່ານມາ ມີຄະດີເກີດຂື້ນ 16 ເລື່ອງ ຜົນເສຍຫາຍ ເງິນກີບ ຈໍານວນ 415,250,000 ກີບ, ເງິນບາດ ຈໍານວນ 38.000 ບາດ, ລົດຈັກ 2 ຄັນ, ງົວ 2 ໂຕ, ລົດຖີບ 10 ຄັນ, ຖັງນໍ້າ 200 ລິດ 1 ຖັງ, ໜໍ້ໄຟ 150W ຈໍານວນ 1 ໜ່ວຍ, ຢາຂ້າຫຍ້າ ຈໍານວນ 2 ແກັັດ, ຖັງຊີດຫຍ້າ 15 ລິດ 1 ຊຸດ, ເຫຼັກແຜນຂະໜາດ 40X40 CM ຈໍານວນ 13 ແຜ່ນ, 25X25 CM ເຫຼັກເສົາຂະໜາດ 12X12 CM, ຍາວ 180 CM, ຈໍານວນ 5 ຕົ້ນ, ສາຍທອງຍາວປະມານ 15 M ຈໍານວນ 1 ເສັ້ນ, ມູນຄ່າ 31.000.000 ກີບ ແລະ ຄົນເສຍຊີວິດ 1 ຄົນ, ແກ້ໄຂໄດ້ 10 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 17 ຄົນ, ເກັບກູ້ຜົນເສຍຫາຍໄດ້ລົດຈັກ 2 ຄັນ, ງົວ 2 ໂຕ, ເງິນກີບ 27,000,000 ກີບ, ເງິນບາດ 38.000 ບາດ, ລົດຖີບ 10 ຄັນ, ເຫຼັກແຜນຂະໜາດ 40X40 CM, ຈໍານວນ 13 ແຜ່ນ, 25X25 CM ຈໍານວນ 11 ແຜ່ນ, ເຫຼັກເສົາຂະໜາດ 12X12 CM ຍາວ 180 CM ຈໍານວນ 5 ຕົ້ນ, ສາຍທອງຍາວປະມານ 15 M ຈໍານວນ 1 ເສັ້ນ, ສົ່ງແຂວງ 2 ເລື່ອງ 5 ຄົນ, ສົ່ງເຂດ 2 ເລື່ອງ 3 ຄົນ ແລະ ສືກສາອົບຮົມຂັ້ນເຈົ້າໜ້າທີ່ 6 ເລື່ອງ 9 ຄົນ, ໄດ້ສົມທົບດ່ານ ຕມ ນໍ້າເງິນ ແລະ ກຸ່ມບ້ານ ກັກຕົວເປົ້າໜາຍຄ້າຂາຍ ແລະ ເສບຢາເສບຕິດ (ຢາບ້າ) 40 ຄັ້ງ 62 ຄົນ, ຍິງ 2 ຄົນ, ໃນນີ້ແກ້ໄຂເປັນລາຍຄະດີສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ 9 ຄັ້ງ 11 ຄົນ, ຍິງ 1 ຄົນ, ຍຶດຂອງກາງຢາບ້າ ຈໍານວນ 1.428 ເມັດ, ໄດ້ລົງກວດນໍ້າມຸດເປົ້າໜາຍເສບຢາເສບຕິດ ຢູ່ບ້ານ 2 ຄັ້ງ, ມີເປົ້າໜາຍເຂົ້າຮ່ວມ 5 ຄົນ, ເຫັນວ່າພົບສານເສບຕິດໃນຮ່າງກາຍ 3 ຄົນ, ເຮັດບົດບັນທືກສືກສາອົບຮົມຂັ້ນບ້ານ 3 ຄົນ, ອຸປະຕິເຫດເກີດຂື້ນ 16 ລາຍ 35 ຄົນ, ຍິງ 11 ຄົນ, ມີຜູ້ໄດ້ຮັບບາດເຈັບທັງໜົດ 14 ຄົນ, ຍິງ 5 ຄົນ, ເສຍຊີວິດ 3 ຄັນ, ຍິງ 1 ຄົນ, ບາດເຈັບເລັກນ້ອຍ 2 ຄົນ, ບາດເຈັບສາຫັດ 3 ຄົນ, ບາດເຈັບສົມຄວນ 9 ຄົນ ຍິງ 5 ຄົນ.