ແບບຢ່າງແຟ້ມສະສົມຜົນງານຄູປະສົບການວິຊາພາສາອັງກິດປະຈຳສົກຮຽນ2023-2024 ໂຮງຮຽນມັດທະຍົມສົມບູນໄຊຍະບູລີ ເມືອງ ແລະ ແຂວງໄຊຍະບູລີ
ໂຮງຮຽນມິດຕະພາບ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994 ຫາ 7 ຕຸລາ 2024).
ຕອນເຊົ້າວັນທີ 3 ຕຸລາ 2024ນີ້ ໂຮງຮຽນມິດຕະພາບ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ (7 ຕຸລາ 1994 ຫາ 7 ຕຸລາ 2024). ຢູ່ທີ່ເດີນໂຮງຮຽນມິດຕະພາບ ບ້ານ ນາແລ ເມືອງໄຊ ແຂວງອຸດົມໄຊ.
ໂດຍການເປັນປະທານຮ່ວມຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ, ມີທ່ານ ສົມນຶກ ສິດທິລາດ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນເມືອງ, ມີທ່ານ ສົມສັກ ສຸພິໄລ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ມີຫ້ອງການສຶກສາທິການ ແລະ ກິລາເມືອງໄຊ, ຜູ້ອຳນວຍການໂຮງຮຽນ, ຮອງຜູ້ອຳນວຍການໂຮງຮຽນ, ຜູ້ປະກອບການກິດຈະການໂຮງຮຽນມິດຕະພາບ, ແຂກເຊີນ, ຄູອາຈານ, ນ້ອງນ້ອຍນັກຮຽນ ແລະ ຜູ້ປົກຄອງພໍ່ແມ່ນັກຮຽນເຂົ້າຮ່ວມຢ່າງຟົດຟື້ນ.
ໃນພິທີໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກນ້ອງນັກ ແລະ ການສະແດງຂອງອາຈານເຊິ່ງປະກອບມີການຟ້ອນບົດເພງວັນສຳຄັນຂອງຄູ, ສະແດງສິລະປະວັດທະນະທຳແບບປະສົມປະສານຂອງຈີນ, ຈາກນັ້ນ, ທ່ານ ນາງ ຈັນເພັງ ດວງພະຈັນ ຮອງຜູ້ອຳນວຍການໂຮງຮຽນມິດຕະພາບ ຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ກໍຄືປະຫວັດຂອງນາຍຄູຄຳ ໂດຍຍົກໃຫ້ເຫັນມູນເຊື້ອ, ຄວາມໝາຍ ແລະ ຄວາມສໍາຄັນການໂຕບໃຫຍ່ຂະຫຍາຍຕົວ ແລະ ການກໍາເນີດຂອງຄໍາວ່າຄູ ເພື່ອໃຫ້ລູກຫຼານຄົນຮຸ່ນໃໝ່ລະນຶກເຖິງຄຸນງມຄວາມດີ ແລະ ລະນຶກເຖິງວັນປະຫວັດສາດ ເພື່ອສຶບຕໍ່ຮັກສາມູນເຊື້ອ, ສຶບທອດກັນຕໍ່ໆໄປ.
ໃນປີ 1905 ທົ່ວປະເທດລາວມີໂຮງຮຽນພຽງແຕ່ 2 ແຫ່ງຄື: ຢູ່ແຂວງ ຫຼວງພະບາງ ແລະ ວຽງຈັນ ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ,ໃນຈຳນວນດັ່ງກ່າວມີຄົນລາວ ຊື່ທ້າວຄຳ ໄດ້ຮຽນຈົບຫ້ອງທີ 1 (ປໍ 6) ໃນປີ 1907 ທ້າວ ຄຳ ໄດ້ເຂົ້າຮ່ວມອົບຮົມຄູ ເຊິ່ງຖືວ່າເປັນຄັ້ງທຳອິດໃນປະຫວັດສາດ ຂອງຊາດລາວ ທີ່ໄດ້ຈັດອົບຮົມຄູ, ພາຍຫຼັງການອົບຮົມສຳເລັດ ມາເຖິງວັນທີ 7 ຕຸລາ 1907 ເລີມເປັນຄູສອນ, ຍ້ອນພວກລ່າເມືອງຂຶ້ນຝຣັ່ງ ເຫັນອິດທິພົນຂອງພຣະສົງໃນວຽກງານການສຶກສາພວກເຂົາຈຶ່ງຫັນນະໂຍບາຍເພື່ອຜັນຂະຫຍາຍໂຮງຮຽນໃຫ້ກວ້າງຂວາງອອກກວ່າເກົ່າດ້ວຍຮູບການເປີດໃຫ້ມີໂຮງຮຽນສ້າງຄູສົງຂຶ້ນໃນປີ 1907 ທີ່ວັດຈັນ ເຊິ່ງປະກອບມີພຣະສົງ 50 ກວ່າອົງໄດ້ເຂົ້າຮຽນ ທ້າວ ຄຳ ກໍເປັນຄູສອນຢູ່ໃນໂຮງຮຽນແຫ່ງນັ້ນ ຍ້ອນຈິດໃຈຮັກຊາດ ຂອງນາຍຄູຄຳ, ຄວາມຮັກຊາດລາວ ບໍ່ໃຫ້ຊາດລາວເຊື່ອມເສຍເປັນຊາດຝຣັ່ງ ນັບແຕ່ນັ້ນມາຈຶ່ງໄດ້ຂະຫຍາຍໂຮງຮຽນ ແລະ ສຶບທອດກັນມາຈົນເຖິງປະຈຸບັນ ແລະ ໃນພິທີຍັງໄດ້ຜ່ານບົດລາຍງານຫຍໍ້ສະພາບລວມຂອງໂຮງຮຽນ ໂຮງຮຽນມິດຕະພາບຕັ້ງຢູ່ບ້ານນາແລ ເມືອງໄຊ ແຂວງອຸດົມໄຊ ໄດ້ຮັບອະນຸຍາດສ້າງຕັ້ງໂຮງຮຽນຈາກກະຊວງສຶກສາທິການ ແລະ ກິລາ ໃນປີ 2013 ໂດຍມີ 3 ຊັ້ນຮຽນຄື: ຊັ້ນອະນຸບານສຶກສາ, ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ ໂຮງຮຽນໄດ້ຈັດການຮຽນ-ການສອນຕາມຫຼັກສູດແຫ່ງຊາດ ທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດອອກ ການຈັດການຮຽນການສອນຫຼັກສູດພາສາຕ່າງປະເທດ ໄດ້ຖືເອົາພາສາອັງກິດ ແລະ ພາສາຈີນ ເປັນຫຼັກ ເລີມແຕ່ຫ້ອງປໍ 3 ຫາ ມໍ7 ໃນສົກຮຽນ 2024-2025 ຈຳນວນຫ້ອງຮຽນທັງໝົດມີ 38 ຫ້ອງ, ມີນັກຮຽນທັງໝົດ 1,587 ນ້ອງ, ຍິງ 708 ນ້ອງ, ມີລົດຮັບ-ສົ່ງນັກຮຽນ 5 ຄັນ, ມີຄູອາຈານທັງໝົດ 69 ທ່ານ, ຍິງ 44 ທ່ານ, ຄູລາວ 53 ທ່ານ, ຍິງ 36 ທ່ານ, ຄູຈີນ 18 ທ່ານ, ຍິງ 16 ທ່ານ.
ໃນພິທີ, ຍັງໄດ້ຮັບຟັງການອ່ານບົດອວຍພອນຄູຈາກນັກຮຽນ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍຜົນງານດີເດັ່ນຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ຂອງພະແນກສຶກສາທິການ ແລະ ກິລາ ແຂວງ, ຂແງທ່ານ ເຈົ້າເມືອງ ແລະ ຂອງທ່ານເຈົ້າແຂວງໃຫ້ແກ່ຄູອາຈານຕາມລຳດັບພ້ອມທັງມອບທຶນການສຶກສາປະຈຳປີໃຫ້ແກ່ນັກຮຽນທີ່ດອຍໂອກາດອີກຈຳນວນໜຶ່ງ ແລະ ມອບລາງວັນການແຂ່ງຂັນກິລາບານເຕະຊາຍ-ຍິງ ຊີງຂັນ ຜູ້ນວຍການໂຮງຮຽນມິດຕະພາບຕື່ມອີກ.
ຕອນທ້າຍພິທີທ່ານ ບຸນຄົງ ຫຼ້າຈຽນພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອຸດົມໄຊ ໄດ້ຂຶ້ນໂອ້ລົມຕໍ່ຄູອາຈານ ແລະ ນ້ອງໆນັກຮຽນ ເນື່ອງໃນໂອກາດວັນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບອີກວາລະໜຶ່ງ ເຊິ່ງທ່ານໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຜູ້ປະກອບກິດຈະການ, ຜູ້ອໍານວຍການໂຮງຮຽນ, ຄູອາຈານທີ່ໄດ້ປະກອບສ່ວນຊ່ວຍເຫຼືອວຽກງານການສຶກສາການຮຽນການສອນ ແລະ ໃຫ້ທຶນແກ່ເດັກນ້ອຍນັກຮຽນທີ່ດອຍໂອກາດໄດ້ເຂົ້າມາຮຽນ ແລະ ໃນໂອກາດວັນທີ 7 ຕຸລາ ຄົບຮອບ 30 ປີ ທ່ານໄດ້ອວຍພອນໄຊອັນປະເສີດຈົ່ງເກີດແດ່ນາຍຄູທຸກຄົນຈົ່ງປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ພ້ອມທັງສຶບຕໍ່ຮັກສາມູນເຊື້ອອັນດີງານຂອງຄນາຍຄູຄຳ ກໍຄືຄູລາວທັງຊາດ ແລະ ພາຍຫຼັງສຳເລັດພິທີທ່ານ ເຈົ້າແຂວງອຸດົມໄຊພ້ອມດ້ວຍຄະນະຍັງໄດ້ລົງສຳຫຼວດກວດກາ ຢູ່ແຕ່ລະຈຸດຂອງໂຮງຮຽນເພື່ອຮັບຊົມການກໍ່ສ້າງ ແລະ ລະບົບການຮຽນ-ການສອນຕື່ມອີກ.
Friendship School organized a ceremony to celebrate National Teachers' Day on October 7, the 30th anniversary (October 7, 1994 to October 7, 2024).
On the morning of October 3, 2024, Mittaphat School held a ceremony to celebrate the 30th anniversary of National Teachers' Day on October 7 (October 7, 1994 to October 7, 2024). At Mittaphat School, Ban Na Lae, Xay District, Oudomxay Province.
Co-chaired by Mr. Bounkhong Lachiemphone, Deputy Party Central Committee Member, Provincial Party Secretary, Governor of Oudomxay Province, and Mr. Somchai Sitthirat, District Party Committee Member, Deputy Governor of OudomxayThe director of cultural and social affairs at the district level, Mr. Somsak Soupilay, provincial Party member and head of the Department of Education and Sports of Oudomxay Province, was accompanied by the Xay District Education and Sports Office, school principals, deputy school principals, organizers of Friendship School activities, invited guests, teachers, younger students, and parents.
At the ceremony, students enjoyed literary performances and performances by teachers, including dances and songs on Teachers' Day, and performances of Chinese cultural fusion. Then, Ms. Chanpheng Duangphachan, Deputy Director of Friendship School, went through the history of National Teachers' Day, including the history of Teacher Kham, highlighting the tradition, meaning and importance of growing up and the origin of the word teacher so that the new generation can remember the virtues and remember the historical day to continue and preserve the tradition and pass it on.
In 1905, there were only two schools in Laos: in Luang Prabang and Vientiane provinces. The number of Lao people who attended was very small. Among them, a Lao man named Kham graduated from grade 1 (grade 6). In 1907, Kham attended teacher training, which was considered the first time in the history of Laos that teacher training was organized. After completing the training, he became a teacher on October 7, 1907. Because the French colonialists saw the influence of monks in education, they changed their policy to expand the school even further by opening a school to train monks in 1907 at Wat Chan, which included more than 50 monks who attended. Kham was also a teacher in that school. Because of Teacher Kham's patriotic spirit and love for the Lao people, not allowing the Lao nation to be annexed by France, the school has since been expanded and continued to the present. The ceremony also included a brief report on the overall situation of the school. The Friendship School is located in Ban Na Lae, Xay District, Oudomxay Province. The school was granted permission to establish by the Ministry of Education and Sports in 2013 with 3 grades: kindergarten, primary and secondary. The school organizes teaching and learning according to the national curriculum set by the Ministry of Education and Sports. The organization of teaching and learning of foreign language courses takes English and Chinese as the main subjects from grades 3 to 7. In the 2024-2025 school year, there are 38 classrooms, with a total of 1,587 students, 708 of whom are female, 5 buses for transporting students, and a total of 69 teachers, 44 of whom are female, 53 Lao teachers, 36 of whom are female, 18 of whom are Chinese teachers, 16 of whom are female.
During the ceremony, students also read out congratulations to teachers and passed an agreement to commend outstanding achievements from the District Education and Sports Office, the Provincial Department of Education and Sports, the District Mayor, and the Provincial Governor to teachers respectively, as well as awarding annual scholarships to a number of other students who have had the opportunity, and awarding prizes for the Men's and Women's Football Competition and the Friendship School Principals' Tournament.
At the end of the ceremony, Mr. Bounkhong Lachienphone, Deputy Member of the Party Central Committee, Secretary of the Provincial Party Committee, and Governor of Oudomxay, spoke to teachers and students on the occasion of another anniversary of National Teachers' Day. He expressed his gratitude to the organizers, school principals, and teachers who contributed to supporting education and providing scholarships for students who had the opportunity to come to school. On the occasion of October 7, the 30th anniversary, he wished all teachers success in their work and continued to maintain the good tradition of the golden teachers, as well as Lao teachers throughout the country. After the ceremony, the Governor of Oudomxay and his delegation also inspected each point of the school to further inspect the construction and teaching system.
ເອກກະສານສຳຄັນທີ່ທ່ານສາມາດ Download ໄດ້ຕາທີ່ຕ້ອງການ
ເອກະສານທີ່ຕ້ອງການເຜີຍແຜ່ວຽກງານວິຊາການ
ວິດີໂອແນະນຳກ່ຽວກັບວິທະຍາໄລ