
ວິທະຍາໄລເຕັກນິກ-ວິຊາຊີບ ແບບປະສົມ ພ້ອມດ້ວຍຄະນະນໍາພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ວິໄລພອນ ພົມມະຫາໄຊ ວ່າການແທນ ຫົວໜ້າກົມອາຊີວະສຶກສາ
ກອງປະຊຸມ ດໍາເນີນຊີວິດການເມືອງທ້າຍສະໄໝ, ທາບທາມເນື້ອໃນ ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກເມືອງເງິນ ແຂວງໄຊຍະບູລີ ຄັ້ງທີ VI ຮອບທີ III ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 3 ມີນາ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ໂດຍມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະມາຊິກສະພາປະຊາຊົນແຂວງ, ສະຫາຍ ອາເມຊົງ ເຢ້ຽ ເລັງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເງິນ, ມີທີມງານຂອງແຂວງ, ຄະນະປະຈໍາພັກເມືອງ ແລະ ກໍາມະການພັກເມືອງ ເຂົ້າຮ່ວມ.
ສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເງິນ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງບາງຕອນສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ຜ່ານຮ່າງສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ແລະ ບຸກຄົນໃນຄະນະພັກ ເພື່ອສຳຫຼວດກວດກາ ແລະ ຕີລາຄືນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນສະໄໝທີ່ຜ່ານມາ ແລະ ເພື່ອເປັນການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ເພື່ອເສີມຂະຫຍາຍດ້ານດີ ແລະ ປັບປຸງດ້ານອ່ອນຂໍ້ຄົງຄ້າງໃຫ້ດີຂຶ້ນໃນຕໍ່ໜ້າ ທັງເປັນການຕີລາຄາຄວາມຮັບຜິດ ຊອບການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ລະບຽບກົດໝາຍຂັ້ນເທິງວາງອອກ ມີຜົນສຳເລັດຄືແນວໃດ, ພ້ອມນີ້, ຜູ້ແທນກອງປະຊຸມພວກເຮົາ ຈະໄດ້ເອກະພາບກັນກຳນົດທິດທາງ, ຄາດໝາຍສູ້ຊົນແຕ່ລະດ້ານເປັນນະໂຍບາຍລວມຂອງເມືອງ, ດໍາເນີນການທາບທາມບຸກຄະລາກອນບໍລິຫານງານພັກເມືອງ ຮອບທີ III, ຄົ້ນຄວ້າ ແລະ ພິຈະລະນາຮັບຮອງເອົາບຸກຄະລາກອນ ຜູ້ອອກສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ໃນຕ້ອນທ້າຍຂອງກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຈາກສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະມາຊິກສະພາປະຊາຊົນແຂວງ ຕື່ມອີກ.
ກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນ ເປັນເວລາ 3 ວັນ ຈຶ່ງຈະສໍາເລັດ.
The meeting to conduct political life in the late period, to discuss the content and to discuss personnel who will run for election to the Ngan District Party Committee of Xayaburi Province, the 6th round, was held on the morning of March 3, 2025, at the meeting room of the Ngan District Party Committee, Xayaburi Province, with Comrade Phengnilan Khamphanpheng, Deputy Secretary of the Provincial Party Committee, Chairman of the Provincial People's Council, Comrade Amesong Yei Leng, Provincial Party Standing Committee MemberThe head of the provincial propaganda and training committee, Comrade Thavisak Sayavong, secretary of the district party committee, governor of Ngan district, was present, along with the provincial team, the district party standing committee, and district party members.
Comrade Thavisak Sayavong, Secretary of the District Party Committee and Mayor of Ngan, officially opened the meeting. At some point, he said: At this meeting, we will go through the draft of the overall leadership survey of the District Party Committee and the individuals in the Party Committee to survey, inspect and review the implementation of political duties in the past period and to criticize, build and help each other according to the rules of the Lao People's Revolutionary Party to enhance the good aspects and improve the weak and outstanding aspects for the future. It will also evaluate the political responsibility of the Party Committees at various levels in guiding and leading the implementation of resolutions, orders, and regulations set by the higher levels. In addition, our delegates will agree to set directions and targets for each aspect as the overall policy of the district, conduct the consultation of the District Party Committee personnel in the third round, study and consider approving the personnel who will be elected as the new District Party Committee. At the end of the meeting, we will also listen to a talk from Comrade Phengnilan Khamphanpheng, Deputy Secretary of the Provincial Party Committee, Chairman of the Provincial People's Council.
This conference will last for 3 days to complete.
ມູມສູງ ເມືອງເງິນ ແຂວງໄຊຍະບູລີ ປະເທດລາວ Ngeng district, Xayaboury, Laos