ໃນຕອນເຊົ້າ ຂອງວັນທີ 8 ມັງກອນ 2025 ທີ່ຜ່ານມານີ້ ໜ່ວຍຮາກຖານຊາວໜຸ່ມ ວິທະຍາໄລ ເຕັກນິກ - ວິຊາຊີບແບບປະສົມ ແຂວງອຸດົມໄຊ, ໄດ້ຈັດຕັ້ງພິທີປະກາດຮັບຮອງຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ຮາກຖານຂອງວິທະຍາໄລຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນມີ ສຳລີບູນ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມ ແຂວງອຸດົມໄຊ, ສະຫາຍ ຈັນທີ ວິລະໄຊພອນ ເລຂາໜ່ວຍພັກ ຜູ້ອຳນວຍການວິທະຍາໄລ, ສະຫາຍ ນາງ ສອນເພັດ ສຸກດາວົງ ເລຂາໜ່ວຍຮາກຖານຊາວໜຸ່ມ ວິທະຍາໄລ ແລະ ມີບັນດາສະຫາຍຄະນະໜ່ວຍ, ຄະນະຈຸ, ບັນດາຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມ ທັງຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ, ໃນພິທີໄດ້ດຳເນີນໄປຕາມວາລະ ແລະ ໄດ້ຜ່ານເອກະສານດັ່ງລຸ່ມນີ້:
1. ຜ່ານບົດສະຫຼຸບການເຄື່ອນໄຫວທີ່ຜ່ານມາ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025
2. ຜ່ານຂໍ້ຕົກລົງ ຍ້ອງຍໍຜົນງານ 1 ປີທີ່ຜ່ານມາ
3. ຜ່ານຂໍ້ຕົກລົງ ຮັບຮອງໜ່ວຍ 4 ບຸກ ປະຈຳປີ 2024.
ວັນທີ 25 ກຸມພາ 2025 ນີ້. ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກເມືອງ ຄັ້ງທີ VI ຮອບທີ I ຂື້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງ. ໂດຍການເຂົ້າຮ່ວມຂອງສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເງິນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກສຳນັກງານອົງການ, ກົມກອງ-ຫ້ອງການ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າ ປກສ ກຸ່ມບ້ານ, ພະນັກງານອາວຸໂສບຳນານ, ຄະນະຮັບຜິດຊອບຂັ້ນແຂວງ, ພະນັກງານຫຼັກແຫຼ່ງ ແລະ ເລຂາໜ່ວຍພັກຮາກຖານບ້ານໃນທົ່ວເມືອງເຂົ້າຮ່ວມ.
ສະຫາຍ ທະວີສັກ ໄຊຍະວົງ ກໍ່ໄດ້ຂື້ນລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ 1 ປີຜ່ານມາ ແລະ ການກະກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ບາງຕອນສະຫາຍໄດ້ໃຫ້ຮູ້ວ່າ: ທົ່ວອົງຄະນະພັກເມືອງ ປະກອບມີທັງໝົດ 3 ຄະນະພັກຮາກຖານ, ມີ 65 ໜ່ວຍພັກ,ມີສະມາຊິກພັກທັງໝົດ 1.080 ສະຫາຍ, ຍິງ 301 ສະຫາຍ. ໃນນີ້, ໜ່ວຍພັກຮາກຖານບ້ານ 22 ໜ່ວຍພັກ, ໜ່ວຍພັກສໍານັກງານ-ອົງການ 24 ໜ່ວຍພັກ, ໜ່ວຍພັກກຳລັງປະກອບອາວຸດ ປກຊ-ປກສ 7 ໜ່ວຍພັກ, ໂຮງຮຽນ 10 ໜ່ວຍພັກ ແລະ ໂຮງໝໍ 2 ໜ່ວຍພັກ.
ຜ່ານການນໍາພາກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຢູ່ຂັ້ນຮາກຖານພັກ ຢູ່ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານໃນທົ່ວເມືອງ ມາຮອດປັດຈຸບັນທົ່ວອົງຄະນະພັກເມືອງ ມີ 3 ຄະນະພັກຮາກຖານ, ມີ 62 ໜ່ວຍພັກ (ຍຸບ 4 ໜ່ວຍພັກ, ສ້າງຕັ້ງໃໝ່ 1 ໜ່ວຍພັກ), ສໍາເລັດການດໍາເນີນກອງປະຊຸມໃຫຍ່ 3 ຄະນະພັກຮາກຖານໄດ້ປະເພດແຂງ 3 ຄະນະພັກຮາກຖານ ເທົ່າກັບ 100%; ໜ່ວຍພັກ 65 ໜ່ວຍພັກ, ໄດ້ປະເພດປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈໍານວນ 56 ໜ່ວຍ ເທົ່າກັບ 86,15% ລື່ນຄາດໝາຍ 6,15 %; ໜ່ວຍພັກກາງ 9 ໜ່ວຍພັກ ເທົ່າກັບ 13,84%. ສະມາຊິກພັກມີທັງໝົດ 1.080 ສະຫາຍ, ຍິງ 301 ໄດ້ (ຕີລາຄາແບ່ງ ປະເພດສະມາຊິກພັກ 1,050 ສະຫາຍ, ຍິງ 295, ປະເພດແຂງ 948 ສະຫາຍ, ຍິງ 274 ສະຫາຍ; ປະເພດກາງ 58 ສະຫາຍ, ຍິງ 13 ສະຫາຍ; ປະເພດອ່ອນ 1 ສະຫາຍ, ຍິງ 1 ສະຫາຍ; ບໍ່ແບ່ງ 43 ສະຫາຍ, ຍິງ 7 ສະຫາຍ ສໍາລັບການກະກຽມຄວາມພ້ອມດໍາເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງມາຮອດປະຈຸບັນໄດ້ສໍາເລັດໂດຍພື້ນຖານ.
ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານຄໍາແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 324 ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ-ປກສແຂວງ ຄະນະພັກຮາກຖານສຳນັກງານ ອົງການອ້ອມຂ້າງແຂວງ, ເມືອງ ແລະ ບ້ານ, ຜ່ານແຜນດຳເນີນງານຂອງຄະນະປະຈຳພັກແຂວງ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຮາກຖານພັກ ສຳນັກງານ ອົງການ, ກົມກອງ ອ້ອມຂ້າງເມືອງ, ແຂວງ ແລະ ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ, ອົງຄະນະພັກແຂວງ ແລະ ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ອອກຮັບສະໝັກເຂົ້າໃນຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ແນະນຳວິທີການທາບທາມຄຳເຫັນສົ່ງຂ່າວຕໍ່ການນຳພາລວມຂອງຄະນະບໍລິຫານງານພັກເມືອງເງິນ ສະໄໝທີ V, ພ້ອມທັງແນະນໍາວິທີການທາບທາມ ແລະ ດໍາເນີນການທາບທາມ ຄະນະບໍລິຫານງານພັກເມືອງ ຮອບທີ I, ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຕື່ມອີກ.
ມູມສູງ ເມືອງເງິນ ແຂວງໄຊຍະບູລີ ປະເທດລາວ Ngeng district, Xayaboury, Laos