
ກອງປະຊຸມໃຫຍ່ ໜ່ວຍພັກວິທະຍາໄລເຕັກນິກ-ວິຊາຊີບແບບປະສົມ ສະໄໝທີ V ໄດ້ໄຂຂຶ້ນ ໃນວັນທີ 14 ພະຈິກ 2024 ທີ່ ຫ້ອງປະຊຸມຈອງວິທະຍາໄລ ໂດຍການເປັນປະທານຂອງ ສະຫາຍ ຈັນທີ ວິລະໄຊພອນ ຮອງເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາ, ເລຂາໜ່ວຍພັກ, ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມສັກ ສຸພິໄລ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ. ມີແຂກເຊີນ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ກອງປະຊຸມ ຕີລາຄາຜົນການ ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ແລະ ແຜນພັດພັດທະນາຂະແໜງການ ແລະ ທິດທາງແຜນການໃນຕໍ່ໜ້າ 2025-2029; ສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍພັກຮາກຖານ ສະໄໝທີ IV ທີ່ຜ່ານມາ, ເຊິ່ງກອງປະຊຸມໄດ້ຕີລາຄາ ດ້ານດີ-ຜົນງານຂອງການ ນຳພາ-ຊີ້ນຳ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ອັນພົ້ນເດັ່ນ: ແມ່ນສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິ, ຄຳສັ່ງ ແລະ ນິຕິກຳຂອງຂັ້ນເທິງ ຕິດພັນກັບ ການຜັນຂະຫຍາຍ ມະຕິກອງປະຊຸມ ສະໄໝທີ III ຂອງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ IV ຂອງຕົນເຂົ້າສູ່ວຽກງານຕົວຈິງ ມີຜົນສຳເລັດຕາມລະດັບຄາດໝາຍ ເປັນຕົ້ນແມ່ນ ສືບຕໍ່ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງແນວຄິດຢ່າງ ໜັກແໜ້ນ; ລະບົບກົງຈັກຂອງໜ່ວຍພັກໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງຂຶ້ນ; ໜ່ວຍພັກ ມີສະມາຊິກພັກ ທັງໝົດ 73 ສະຫາຍ, ຍິງ 17 ສະຫາຍ, ໄດ້ສົ່ງມະຫາຊົນໄປຮ່ຳຮຽນເອກະສານເປີດກ້ວາງ ຈຳນວນ 32 ສະຫາຍ, ຍິງ 5 ສະຫາຍ; ຮັບມະຫາຊົນເຂົ້າມາເປັນສະມາຊິກສຳຮອງ ຈຳນວນ 10 ສະຫາຍ; ຍິງ 1 ສະຫາຍ; ເລື່ອນສະມາຊິກພັກສຳຮອງຂື້ນເປັນສົມບູນ 12 ສະຫາຍ; ຍິງ 7 ສະຫາຍ; ການນຳພາກໍ່ສ້າງພັກ ຮັບປະກັນໄດ້ທາງດ້ານຄຸນພາບ, ສາມາດຕີລາຄາຈັດແບ່ງປະເພດແຂງ 65 ສະຫາຍ, ຍິງ 17 ສະຫາຍ ທຽບໃສ່ແຜນບັນລຸ 89,04%, ກາງ 8 ສະຫາຍ ບັນລຸ 10,95% ໄດ້ຮັບການຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2022 ແລະ 2023; ພະນັກງານ ຄູ-ອາຈານ ໄດ້ຮັບການບຳລຸງຍົກລະດັບທາງດ້ານທິດສະດີ ແລະ ວິຊາສະເພາະຢ່າງຕໍ່ເນື່ອງ, ອົງການຈັດຕັ້ງມະຫາຊົນໄດ້ຕັ້ງໜ້າເຄື່ອນໄຫວວຽກງານຕາມພາລະບົດບາດ ມີຜົນສໍາເລັດຕາມດັບຄາດໝາຍ.
ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕເລືອກຕັ້ງເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 7 ສະຫາຍ,ເລືອກເອົາ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາ ສະຫາຍ ຈັນທີ ວິລະໄຊພອນ ເປັນເລຂາໜ່ວຍພັກ, ສະຫາຍ ບຸນຄໍ້າ ປັນຍາສັກ ເປັນຮອງເລຂາໜ່ວຍພັກ, ສະຫາຍ ໄກ່ອໍາພອນ ພົມມະລີ, ສະຫາຍ ໄຊຍະສິດ ພູມີຜົນ ແລະ ສະຫາຍ ພຸມພວງ ສົມວິໄລສິນ ເປັນຄະນະໜ່ວຍພັກ, ກອງປະຊຸມໄດ້ຄັດເລືອກເອົາສະຫາຍ ບຸນຄໍ້າ ປັນຍາສັກ ເປັນທານກວດກາໜ່ວຍພັກ; ສະຫາຍ ໄຊຍະສິດ ພູມີຜົນ ແລະ ສະຫາຍ ນາງ ຄໍາຫຼ້າ ອິນທະວົງ ເປັນຮອງປະທານກວດກາໜ່ວຍພັກ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສົມສັກ ສຸພິໄລ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ເຊິ່ງສະຫາຍ ໄດ້ຕີລາຄາສູງຕໍ່ຜົນໝາກຜົນທີ່ໜ່ວຍພັກຍາດມາໄດ້ໃນສະໄໝທີ່ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ເອົາໃຈໃສ່ປັບປຸງແກ້ໄຂບັນຫາທີ່ຍັງອ່ອນ ແລະ ຂໍ້ຄົງຄ້າງ ເພື່ອຮັບກັນເຮັດໃຫ້ການ ນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ບັນລຸຜົນສຳເລັດຕາມລະດັບຄາດໝາຍ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ແລະ ຜົນງານຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໃຫ້ມີຜົນສໍາເລັດເປັນຢ່າງດີ.
ນັກຮຽນຜູ້ທຸກຍາກຂາດເຂີນ ຢູ່ເມືອງເງິນ ໄດ້ຮັບລົດຖີບ ຈຳນວນ 10 ຄັນ
ວັນທີ 28 ກຸມພາ 2025 ນີ້. ທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ພ້ອມດ້ວຍສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແຂວງໄຊຍະບູລີ, ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງເງິນ.ໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ເມືອງເງິນ ແຂວງ ໄຊຍະບູລີ. ໂອກາດທີ່ທ່ານ ໄດ້ລົງມາເຄື່ອນໄຫວຢ້ຽມຢາມເມືອງເງິນໃນຄັ້ງນີ້. ທ່ານໄດ້ນຳເອົາ ລົດຖີບ ຈຳນວນ 10 ຄັນ ມາມອບໃຫ້ນັກຮຽນດ້ອຍໂອກາດ,ທຸກຍາກ, ນັກຮຽນຊົນເຜົ່າ, ແລະ ນັກຮຽນເກັ່ງ ຊັ້ນປະຖົມສຶກສາ, ເຊີ່ງມີນັກຮຽນທີຖືກຄັດເລືອກຕາມເປົ້າຫມາຍ ຈຳນວນ 7 ໂຮງຮຽນ ມີ 10 ນ້ອງ,ຍິງ 5 ນ້ອງ. ໃຫ້ກຽດມອບທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຮັບໂດຍ ນ້ອງນັກຮຽນທັງ 10 ນ້ອງ, ໂດຍຊ່ອງຫນ້າ ຄະນະພັກອົງການປົກຄອງເມືອງເງິນ ເຂົ້າຮ່ວມເປັນສັກຄີພະຍານ.
ສາລະຄະດີການທ່ອງທ່ຽວເມືອງເງິນ