ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ

ນ້ອງໆ ລູກໆ ຫຼານໆ ທ່ານໃດທີ່ມີຄວາມສົນໃຈຢາກຮຽນຮູ້ 🇨🇳ພາສາຈີນ🇨🇳 ໃນລະດັບພື້ນຖານ HSK1, HSK2 ແລະ HSK3 ຕອນນີ້ທາງວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ ຂອງພວກເຮົາ ກຳລັງເປີດຮັບສະໝັກນັກຮຽນຊຸດທຳອິດ (ດ່ວນ ! ມີຈຳນວນຈຳກັດ)



        
ນ້ອງໆ ລູກໆ ຫຼານໆ ທ່ານໃດທີ່ມີຄວາມສົນໃຈຢາກຮຽນຮູ້ 🇨🇳ພາສາຈີນ🇨🇳 ໃນລະດັບພື້ນຖານ HSK1, HSK2 ແລະ HSK3 ຕອນນີ້ທາງວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ ຂອງພວກເຮົາ ກຳລັງເປີດຮັບສະໝັກນັກຮຽນຊຸດທຳອິດ (ດ່ວນ ! ມີຈຳນວນຈຳກັດ)
ເມືອງເງິນ ສະຫຼຸບຕີລາຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ປີ 2020-2024.
        ກອງປະຊຸມ ສະຫຼຸບຕີລາຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາທົ່ວເມືອງເງິນ ແຂວງໄຊຍະບູລີ ແຕ່ປີ 2020-2024 ແລະ ທິດທາງແຜນການ ປີ 2025-2029 ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2025 ນີ້, ຢູ່ທີ່ສະໂມສອນເມືອງເງິນ. ເປັນກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ທະວີສັກ ໄຊຍະວົງ ເລຂາພັກເມືອງ, ເຈົ້າເມືອງ-ເມືອງເງິນ, ມີທ່ານນາງ ນຸດຈິລາ ພົນຈະເລີນ ວ່າການຫົວໜ້າພະແນກພາຍໃນແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸໂສບໍານານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ລັດວິສາຫະກິດ, ດ່ານສາກົນ, ໂຮງຮຽນ, ໂຮງໝໍ,ນັກທຸລະກິດຜູ້ປະກອບການ ແລະ ນາຍບ້ານ 22 ບ້ານພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມຄັ້້ງນີ້, ໄດ້ຕີລາຄາຄວາມສາມາດ ແລະ ປະສິດທິພາບຕົວຈິງຂອງ ຄະນະບໍລິຫານງານພັກເມືອງ ໃນການເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນບົນພື້ນຖານ ສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນຮາກຖານ, ທັງເປັນເຈົ້າການຕີລາຄາເຖິງໝາກຜົນຕົວຈິງ ການປະດິດສ້າງ ໃນການຜັນຂະຫຍາຍເນື້ອໃນຂອງກອງປະຊຸມໃຫຍ່ ຂັ້ນຂອງຕົນ ໄດ້ກາຍມາເປັນຜົນສໍາເລັດ ຂອງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງເນື້ອໃນໃຈກາງແມ່ນປິ່ນອ້ອມ ບັນຫາການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ ແລະ ການລຶບລ້າງຄວາມທຸກຍາກ, ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ. ທ່ານ ບຸນເລື່ອນ ບົວໄລ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປີ 2020-2024 ແລະ ທິດທາງແຜນການ ປີ 2025-2029 ຕໍ່ກອງປະຊຸມວ່າ: ທົ່ວເມືອງປະກອບມີ 22 ບ້ານ, ມີບ້ານເທດສະບານ 8 ບ້ານ, ມີ 3, 845 ຄອບຄົວ, ມີພົນລະເມືອງທັງໝົດ 20,186 ຄົນ, ຍິງ 9.972 ຄົນ, (ມີ 5 ເຜົ່າ ), ອາຊີບສ່ວນໃຫຍ່ ຂອງປະຊາຊົນແມ່ນການປູກພືດ-ລ້ຽງສັດ, ເຮັດການບໍລິການ ແລະ ຄ້າຂາຍຈໍານວນໜຶ່ງ, ມີກົງຈັກການຈັດຕັ້ງ ເຂົ້າຮ່ວມຂະບວນການແຂ່ງຂັນ ຍ້ອງຍໍ ຮັກຊາດ ແລະ ພັດທະນາ 22 ຫ້ອງການ, 2 ກົມກອງ, 1 ດ່ານສາກົນນໍ້າເງິນການ, 4 ຫົວໜ່ວຍທຸລະກິດ ແລະ 2 ລັດວິສະຫະກິດ, ທີ່ໄດ້ເຂົ້າຮ່ວມແຂ່ງຂັນຂະບວນການຮັກຊາດ ແລະ ພັດທະນາ ທັງໝົດ 466 ທ່ານ. ຜ່ານການຈັດຕັ້ງປະຕິບັດວຽກງານຂະບວນການຮັກຊາດ ແລະ ພັດທະນາ ໃນຂະບວນການຕົວຈິງ ສາມາດຄັດເລືອນການຍ້ອງຍໍປະເພດຕ່າງໆ ທີ່ຈະສະເໜີຕໍ່ຂັ້ນເທິງ ພິຈາລະນາ ມີ ຫຼຽນໄຊແຮງງານ ຊັ້ນ I ຈໍານວນ 9 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 19 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 33 ທ່ານ, ຫຼຽນກາແຮງງານ ຈໍານວນ 51 ທ່ານ, ໃບຍ້ອງຍໍລັດຖະບານ ຈໍານວນ 137 ທ່ານ, ໃບຍ້ອງຍໍເຈົ້າເເຂວງ ຈໍານວນ 140 ທ່ານ, ໃບຍ້ອງຍໍເຈົ້າເມືອງ ຈໍານວນ 146 ທ່ານ.
        ໃນກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາເຫັນຂອງຕົວແບບ ຂອງຫ້ອງການ, ບ້ານ ແລະ ຄອບຄົວດ້ານຕ່າງໆເຊັ່ນ: ຕົວແບບ ກ່ຽວກັບການຄຸ້ມຄອງ ແລະບໍລິຫານກອງທຶນຂັ້ນບ້ານ-ບ້ານນາງົວ, ຄອບຄົວຕົວແບບໃນການປູກໄມ້ອຸດສາຫະກໍາໃຫ້ຫຼາຍກາຍເປັນສິນຄ້າ(ການປູກຢາງພາລາ), ຕົວແບບການສ້າງເສດຖະກິດຄອບຄົວ ດ້ວຍການຕໍ່າຫູກທໍ່ໄໜ , ຄອບຄົວຕົວແບບ ສິນຄ້າໂອດັອບ 1 ເມືອງ 1 ຜະລິຕະພັນ ຝ້າຍຕຸ່ນ ສາມາດສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດ ແລະ ຫ້ອງການຕົວແບບໃນການສ້າງຄວາມເຂັ້ມແຂງທາງດ້ານວຽກງານການເງິນ. ພ້ອມດຽວກັນນີ້ຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງ, ບ້ານ ແລະ ບຸກຄົນດີເດັ່ນ, ມອບຂອງຂວັນໃຫ້ຕົວແບບ ແລະ ບ້ານດີເດັ່ນ ໃນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ. ຈາກນັ້ນ, ໄດ້ຜ່ານຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງເມືອງ ປີ 2025-2029 ພ້ອມທັງໄດ້ຈັບມືແຂ່ງຂັນ.
        ຕອນທ້າຍ ຍັງໄດ້ຟັງການມີຄໍາເຫັນໂອ້ລົມຂອງທ່ານ ອາເມ ຊົງເຢ້ຽເລັ່ງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຕື່ມອີກ.
             Muang Ngeune summarizes the competition-praise process for patriotism and development from 2020-2024.
        The meeting to summarize the process of competition, patriotism and development throughout Ngan District, Xayaburi Province from 2020-2024 and the direction of the plan for 2025-2029 was held on February 6, 2025, at the Ngan District Club. It was attended by Mr. Ame Songyeleng, Provincial Party Committee Standing Committee Member, Head of the Provincial Promotion and Training Committee, Mr. Thavisak Sayavong, Party Secretary, Mayor of Ngan District, Ms. Nujila Phonchaleun, Head of the Provincial Department of Internal Affairs,The district party committee, district party committee members, retired senior officials, heads of offices, deputy heads of offices, departments, organizations, state enterprises, international checkpoints, schools, hospitals, businessmen and entrepreneurs, and village heads from 22 villages in the district attended.
This meeting evaluated the actual ability and effectiveness of the district party committee in promoting people's ownership rights on the basis of strengthening local grassroots organizations, as well as evaluating the actual results and innovations in implementing the contents of the congress at its level, which have become the success of the patriotic competition and development process, the central content of which is the implementation of political foundation building, comprehensive rural development and poverty eradication, according to 4 contents and 4 targets related to the organization and implementation of the 3 constructions in depth. Mr. Bounsluong Boualai, the district party committee member and deputy mayor, presented a draft summary of the evaluation of the competition and patriotism and development activities for 2020-2024 and the direction of the plan for 2025-2029 to the meeting. He said: The district consists of 22 villages, 8 townships, 3,845 families, a total population of 20,186 people, 9,972 of whom are women (5 ethnic groups). Most of the people's occupations are crop cultivation and animal husbandry, and some services and trade. There are 22 offices, 2 departments, 1 international border crossing, 4 business units and 2 state-owned enterprises participating in the competition and patriotism and development activities, with a total of 466 people participating in the competition. Through the implementation of the Patriotic and Development Movement in the actual process, various types of commendations were selected to be presented to higher levels for consideration. There were 9 Class I Labor Medals, 19 Class II Labor Medals, 33 Class III Labor Medals, 51 Labor Medals, 137 Government Commendations, 140 Governor Commendations, and 146 District Governor Commendations.
        The meeting also heard the comments of model offices, villages and families on aspects such as: a model for managing and administering village-level funds, a model family for growing industrial wood into a commodity (rubber plantation), a model for creating a family economy by weaving bamboo, a model family for producing 1 district, 1 cotton product that can be exported domestically and internationally, and a model office for strengthening financial work. At the same time, certificates of appreciation were given to outstanding departments, villages and individuals, and gifts were given to models and villages that excelled in the 5-year patriotic and development competition. Then, they passed the 2025-2029 district patriotic and development competition and won the competition.
        At the end, we also listened to the comments of Mr. Ame Songyeleng, provincial Party member and head of the provincial propaganda and training committee.




ມູມສູງ ເມືອງເງິນ ແຂວງໄຊຍະບູລີ ປະເທດລາວ Ngeng district, Xayaboury, Laos



Post a Comment (0)
Previous Post Next Post
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ

Vision and Mission

ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ