MrJazsohanisharma
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ

ວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ ໄດ້ມີພິທີຕ້ອນຮັບ ຮອງພະແນກສຶກສາ ແລະ ກໍ່ສ້າງ ພ້ອມດ້ວຍທິມງານ ນັກສຶກສາ ທີ່ກຽມພາສາລາວ ຈາກແຂວງດຽນບຽນ ແຫ່ງ ສສ ຫວຽດນາມ

ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ

ໃນຕອນເຊົ້າຂອງວັນພຸດ ວັນທີ 25 ກັນຍາ 2024 ທີ່ສະໂມສອນຂອງ ວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ ໄດ້ມີພິທີຕ້ອນຮັບ ຮອງພະແນກສຶກສາ ແລະ ກໍ່ສ້າງ ພ້ອມດ້ວຍທິມງານ ນັກສຶກສາ ທີ່ກຽມພາສາລາວ ຈາກແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ລົງມາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກັບ ວິທະຍາໄລ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ

ໃນວັນທີ 28 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ເງີນ ໄດ້ຈັດພິທີ ມອບ-ຮັບ ວຽກງານຂຶ້ນທະບຽນອອກໃບຕາດິນ, ວຽກຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນ ລະຫວ່າງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງເງີນ, ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ນາງ ຟອງສະມຸດ ແກ້ວບົວ ຮອງຫົວໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ທອງພັນ ສຸກສະຫວັດ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງເງີນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສະພາປະຊາຊົນແຂວງປະຈໍາຢູ່ເມືອງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ-ກົມກອງ,ລັດວິສາຫະກິດ, ນາຍບ້ານເທດສະບານ, ພະນັກງານ-ວິຊາການຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ເຂົ້າຮ່ວມ.
ຈຸດປະສົງ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຕາມມາດຕາ 94, ມາດຕາ 101, ມາດຕາ 104 ແລະ ມາດຕາ 105 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019, ທັງຮັບປະກັນຄວາມສະດວກວ່ອງໄວໃນການ ບໍລິການປະຊາຊົນ ແລະ ປະຕິບັດຕາມຂໍ້ຕົກລົງທ່ານເຈົ້າແຂວງໄຊຍະບູລີ 2151/ ຈຂ,ຊຍ, ລົງວັນທີ 20 ທັນວາ 2024
ໃນກອງປະຊຸມຕາງໜ້າຂະແໜງທີ່ດິນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກການຄຸ້ມຄອງ ແລະ ບໍລິຫານທີ່ດິນໃນໄລຍະຜ່ານມາ ແລະ ການປະເມີນຄວາມພ້ອມ ໃນການມອບວຽກງານຂື້ນທະບຽນອອກໃບຕາດິນ, ວຽກຈົດທະບຽນທີ່ດິນການເຄື່ອນໄຫວ ແລະ ການປ່ຽນແປງສິດນຳໃຊທີ່ດິນຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງເງີນ ແຂວງໄຊຍະບູລີ ເປັນຜູ້ຈັດຕັ້ງປະຕິບັດ. ໂດຍມີບັນດາວຽກທີ່ມອບໃຫ້ຈັດຕັ້ງປະຕິບັດຄື:
1. ວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ ແລະ ການຂຶ້ນທະບຽນອອກໃບຕາດິນຕາມຄຳຮ້ອງຂໍຂອງເຈົ້າຂອງສິດນຳໃຊ້ທີ່ດິນ
2. ວຽກງານຈົດທະບຽນທີ່ດິນການເຄື່ອນໄຫວສິດນຳໃຊ້ທີ່ດິນ
3. ວຽກງານຈົດທະບຽນປ່ຽນແປງສິດນຳໃຊ້ທີ່ດິນ
4. ການສຳເນົາໃບຕາດິນຄືນໃໝ່ ເພື່ອທົດແທນໃບຕາດິນທີ່ເສຍຫາຍ ຫຼື ຖຶກທຳລາຍ
5. ການຄິດໄລ່ຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບທີ່ດິນ
6. ສໍານວນເອກະສານຕອນດິນ ແມ່ນ ໃຫ້ເມືອງຄຸ້ມຄອງເຂົ້າສູ່ລະບົບ ແລະ ຮັບປະກັນ ການຄຸ້ມຄອງຢ່າງມີປະສິດທິພາບຢ່າງຖືກຕ້ອງ ແລະ ຍາວນານ,
7. ການຈັດຕັ້ງປະຕິບັດວຽກງານເຕັກນິກ, ວິຊາສະເພາະ ແລະ ບັນດາສິ່ງອໍານວຍ ຄວາມສະດວກໃນການເຄື່ອນ ໄຫວວຽກງານ, ໂດຍສະເພາະບັນດາເຕັກນິກ ໃນການສໍາຫຼວດວັດແທກ, ສອບຖາມສິດນໍາໃຊ້ທີ່ດິນ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາ ແລະ ການຊີ້ນໍາຈາກສາຍຕັ້ງຂັ້ນແຂວງ, ຂັ້ນສູນກາງ.
8. ບັນດາໜ້າວຽກອື່ນໆກ່ຽວກັບທີ່ດິນເປັນຕົ້ນ: ວຽກສໍາມະໂນທີ່ດິນ ແລະ ວຽກຈັດສັນທີ່ດິນຂັ້ນບ້ານ ແມ່ນມອບໃຫ້ປະຕິບັດຕາມໜ້າທີ່ຄວາມຮັບຜິດຊອບ ທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.
9. ການອະນຸຍາດທີ່ດິນລັດມອບໃຫ້ບຸກຄົນ, ນິຕິບຸກຄົນນໍາໃຊ້ທີ່ດິນ ແລະ ການຫັນກຳມະສິດທີ່ດິນຂອງລັດມາເປັນກໍາມະສິດຂອງບຸກຄົນ, ນິຕິບຸກຄົນນໍາໃຊ້, ໃນການຈັດຕັ້ງປະຕິບັດໃຫ້ລາຍງານສາຍຕັ້ງຕາມພາລະບົດບາດ.
10. ການອະນຸຍາດ ເນື້ອທີ່ດິນລັດໃຫ້ບັນດາໂຄງການລົງທືນ ເຊົ່າ - ສຳປະທານທີ່ດິນຂອງລັດ ຂັ້ນຕອນການ ສໍາຫຼວດ ການສະເໜີຂັ້ນເທິງອະນຸຍາດ
11. ການຫັນປ່ຽນປະເພດທີ່ດິນ ຈາກປະເພດໜຶ່ງ ໄປເປັນອີກປະເພດອື່ນ ໃຫ້ປະຕິບັດ ຕາມກົດໝາຍວ່າດ້ວຍທີ່ດິນ ຕອນທ້າຍທ່ານ ນາງ ຟອງສະມຸດ ແກ້ວບົວ ຕາງໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ອຸ່ນຄໍາ ອຸບົນສັກ ຫົວໜ້າຫ້ອງການ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງເງິນ ກໍໄດ້ຮ່ວມກັນເຊັນ ບົດບັນທຶກ ມອບ-ຮັບ ວຽກງານຂຶ້ນທະບຽນອອກໃບຕາດິນ, ວຽກຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ເງີນ ເປັນຜູ້ຈັດຕັ້ງປະຕິບັດ.







Vision and Mission

ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ
Post a Comment (0)
Previous Post Next Post
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ