ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ

ຄະນະພັກຮາກຖານວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ​ ໄດ້ເປີດກອງປະຊຸມໃຫຍ່​ ຄັ້ງທີ I​I ຂຶ້ນຢູ່ວິທະຍາໄລວິທະຍາເຂດ2 ຫຼັກ​9​ ເມືອງບາຈຽງ​ຈະເລີນ​ສຸກ​

 

ຄະນະພັກຮາກຖານວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ​ ໄດ້ເປີດກອງປະຊຸມໃຫຍ່​ ຄັ້ງທີ  I​I ຂຶ້ນຢູ່ວິທະຍາໄລວິທະຍາເຂດ2 ຫຼັກ​9​ ເມືອງບາຈຽງ​ຈະເລີນ​ສຸກ​ 

#ວັນທີ​ 2 ກໍລະກົດ 2024​,​ ​ຄະນະພັກຮາກຖານວິທະຍາໄລເຕັກນິກ-ວິຊາຊີບແຂວງຈຳປາສັກ​ ໄດ້ເປີດກອງປະຊຸມໃຫຍ່​ ຄັ້ງທີ I​I ຂຶ້ນຢູ່ວິທະຍາໄລວິທະຍາເຂດ2 ຫຼັກ​9​ ເມືອງບາຈຽງ​ຈະເລີນ​ສຸກ​ ໂດຍການເປັນປະທານຮ່ວມຂອງສະຫາຍ​ ປະລິນຍາເອກ​ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ​ ຫົວໜ້າ​ຄະນະ​ໂຄສະນາອົບຮົມ​ແຂວງ, ສະຫາຍ​ ສາທິດ​ ປັດສາພັນ​ ຮອງຫົວໜ້າ​ຄະນະຈັດຕັ້ງແຂວງ,​ ສະຫາຍ​ ບົວໄຂ ສຸພາອອນ ເລຂາຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ​ ຊຸດທີ I,​ສະຫາຍ ຄຳຜ່ອນ ລາດຊະວົງສາ ຮອງເລຂາຄະນະພັກຮາກຖານວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ, ສະຫາຍ​ ນາງ​ ລັດສະໄໝ​ ວໍລະຈິດ ເລຂາຊາວໜຸ່ມຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ ຕາງໜ້າອົງການຈັດຕັ້ງມະຫາຊົນ.​ ມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກ​ - ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ,​ ສະມາຊິກສົມບູນ ແລະ​ ສໍາຮອງພາຍໃນຄະນະພັກຮາກຖານ​ ເຂົ້າຮ່ວມ.​
#ໃນກອງປະຊຸມ,​ ​ສະຫາຍ​ ສາທິດ​ ປັດສາພັນ​ ຮອງຫົວໜ້າ​ຄະນະຈັດຕັ້ງແຂວງ​ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່​ ຄັ້ງທີ​ II​ ຂອງຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ.​ ຕໍ່ມາ​ສະຫາຍ​ ບົວໄຂ ສຸພາອອນ ເລຂາຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ​ ສະໄໝທີ I ກໍໄດ້ກ່າວເປີດກອງປະຊຸມ.​ ຈາກນັ້ນ​ ສະຫາຍ​ ຄໍາ​ຜ່ອນ​ ລາຊະວົງ​ສາ ຮອງເລຂາ​ຄະນະພັກຮາກຖານ​ ກໍໄດ້ຜ່ານບົດລາຍງານ​ການເມືອງ​ ທັງ​ 2 ພາກ​ ໂດຍສະຫຼຸບຕີລາຄາຜົນການຈັດຕັ້ງ​ປະຕິບັດ​ການນໍາພາ​ -​ ຊີ້ນໍາຂອງຄະນະພັກຮາກຖານໃນ 5 ປີຜ່ານມາ​ (2019​ -​ 2023​) ໂດຍຍົກໃຫ້ເຫັນທີ່ຕັ້ງ,​ ພາລະ​ບົດບາດ​ ແລະ​ ໂຄງປະກອບຂອງຄະນະພັກຮາກຖານ,​ ສະພາບການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ນັບແຕ່ດ້ານການເມືອງ​ -​ ແນວຄິດ,​ ວຽກງານການຈັດຕັ້ງ​ ແລະ​ ແບບແຜນ​ການນໍາພາ,​ ການທາງດ້ານເສດຖະກິດ, ດ້ານວັດທະນາທໍາ -​ ສັງຄົມ, ການພົວພັນ - ຮ່ວມມືກັບຕ່າງປະເທດ​ ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະຂະແໜງການ​ເຊິ່ງວິທະຍາໄລ​ເຕັກ​ນິກ​ວິຊາຊີບ​ ໄດ້ສ້າງກໍາລັງແຮງງານໃຫ້ເປັນນາຍຊ່າງຊໍານານງານ, ຊ່າງເຕັກນິກ ແລະ ຜູ້ປະກອບກິດຈະການ ທີ່ມິທັກສະສີມື ສາມາດຕອບສະໜອງໃຫ້ແກ່ຕະຫຼາດແຮງງານ, ສະຖານປະກອບການ ພາກລັດ​ - ເອກະຊົນ ຕາມແຜນພັດທະນາເສດຖະກິດ​ - ສັງຄົມຂອງແຂວງ.​ ປັດຈຸບັນ​ ວິທະຍາໄລ​ເຕັກ​ນິກ​ວິຊາຊີບ​ ມີພະນັກງານ, ຄູທັງໝົດ 140 ສະຫາຍ, ຍິງ 63 ສະຫາຍ, ໃນນັ້ນ​ ຄູສອນ 130 ສະຫາຍ, ຍິງ 57 ສະຫາຍ, ພະນັກງານບໍລິຫານ 10 ສະຫາຍ, ຍິງ 6 ສະຫາຍ.​ ໃນໄລຍະ 5 ປີຜ່ານມາ ໄດ້ຈັດການຮຽນ​ - ການສອນ ທັງໝົດ 24 ສາຂາ​ວິຊາຮຽນ, ນອກນີ້ ຍັງໄດ້ຈັດການຮຽນ​ - ການສອນ ສາມັນວິຊາຊີບໃນ 4 ສາຂາອາຊີບ ຮ່ວມກັບໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຈໍາປາສັກ, ມສ ຫົວແຊ, ມສ ພູບາຈຽງ ໂດຍໄດ້ຈັດການຮຽນ​ - ການສອນໃນຮູບແບບດັ້ງເດີມ, ຮູບແບບເນັ້ນສະມັດຕະພາບ ແລະ ຮູບແບບຄວບຄູ່ ແລະ ສາມາດສ້າງກໍາລັງແຮງງານອອກຮັບໃຊ້ສັງຄົມ​ ທັງໝົດ 4.555 ຄົນ, ຍິງ 1.690 ຄົນ ແລະ ໄດ້ມີວຽກເຮັດງານທຳ ກວມ 68%, ໄດ້ປະກອບກິດຈະການດ້ວຍຕົນເອງ ກວມ 24 % ແລະ ເປັນພະນັກງານລັດ 8%. ພ້ອມນີ້​ ຍັງໄດ້ຍົກໃຫ້ເຫັນການນໍາພາວຽກງານອົງການຈັດຕັ້ງມະຫາຊົນ,​ ວຽກງານປ້ອງກັນຄວາມສະຫງົບຂອງສໍານັກງານ,​ ວຽກງານກໍ່ສ້າງພັກ -​ ພະນັກງານ,​ ວຽກງານ​ກວດກາ​ -​ ປ້ອງກັນພັກ ແລະ​ ຜ່ານທິດທາງແຜນການ 5 ປີຕໍ່ໜ້າ​.​ ຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ​ ມີ 5 ໜ່ວຍພັກທີ່ຂຶ້ນກັບ ຄື: ໜ່ວຍພັກບໍລິຫານ​ - ຈັດຕັ້ງ, ໜ່ວຍພັກກິດຈະການນັກສຶກສາ, ໜ່ວຍພັກວິຊາການ, ໜ່ວຍພັກພາກວິຊາບໍລິການ ແລະ ໜ່ວຍພັກພາກວິຊາອຸດສະຫະກໍາ,​ ມີສະມາຊິກພັກທັງໝົດ​ 70 ສະຫາຍ,​ ຍິງ​ 26 ສະຫາຍ​, ໃນນັ້ນ​ ສະມາຊິກພັກ​ສໍາ​ຮອງ​ 10 ສະຫາຍ, ຍິງ​ 5 ສະຫາຍ​.​ ພ້ອມນີ້,​ ຄະນະພັກຊຸດເກົ່າ​ ກໍໄດ້ຜ່ານບົດສຳຫຼວດ ແລະ ກ່າວລາໜ້າທີ່.
#ຕໍ່ມາ,​ ສະຫາຍ​ ສາທິດ​ ປັດສາພັນ​ ຮອງຫົວໜ້າ​ຄະນະຈັດຕັ້ງແຂວງ​ ກໍໄດ້​ຕາງໜ້າ​ຄະນະປະ​ທານ​ ​ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ​ ຊຸດໃໝ່ ພ້ອມທັງຜ່ານລາຍຊື່ຂອງຜູ້ສະໝັກ ເຊິ່ງມີ​ 9 ສະ​ຫາຍ,​ ຍິງ​ 1 ສະຫາຍ,​ ໃນນັ້ນ,​ ເລືອກເອົາ​ 7 ສະຫາຍ.​ ຜ່ານຈາກການປ່ອນບັດເລືອກຕັ້ງ​ ແລະ​ ຜົນຂອງກອງປະຊຸມຄົບຄະນະຄັ້ງປະຖົມມະລືກ​ ໄດ້ເຫັນດີເປັນເອກະພາບ​ ເລືອກເອົາ​ ສະຫາຍ ຄໍາ​ຜ່ອນ​ ລາດຊະວົງສາ​ ເປັນເລຂາຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ​ ຊຸດທີ II, ສະຫາຍ​ ຄໍາພົນ​ ຂັດຕິຍະວົງ ເປັນຮອງເລຂາ​ ແລະ ສະຫາຍ ສົມພູ ມັກຄະວານ ເປັນປະທານກວດກາຄະນະພັກຮາກຖານ​ ແລະ​ ຄະນະ​ໜ່ວຍພັກ​ຮາກຖານ​4 ສະຫາຍ​ ຄື: ສະຫາຍ​ ສົມຄິດ ທາຍະໂສ,​ ສະຫາຍ​ ນາງ​ ແກ້ວ​ອຸດອນ​ ພົມມະສຸລິດ,​ ສະຫາຍ​ ສີໃສ ສີທັກ ແລະ​ ສະຫາຍ​ ສີສຸກ​ ມອງດາວັນ.​ ຈາກນັ້ນ​ ກໍໄດ້ມອບຊໍ່ດອກໄມ້ໃຫ້ແກ່ຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ​ ຊຸດໃໝ່,​ ໃຫ້ກຽດມອບໂດຍ​ ສະຫາຍ​ ປະລິນຍາເອກ​ ສຸປານີ ສີລິປຸນໂຍ ຄະນະປະຈໍາພັກແຂວງ​ ຫົວໜ້າ​ຄະນະ​ໂຄສະນາອົບຮົມ​ແຂວງ.​
#ຕອນທ້າຍກອງປະຊຸມ,​ ສະຫາຍ​ ປະລິນຍາເອກ​ ສຸປານີ ສີລິປຸນໂຍ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ​ ໂດຍ​ເນັ້ນໜັກໃຫ້ຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ​ ຊຸດໃໝ່ ສືບຕໍ່ຮັກສາມູນເຊື້ອດ້ານດີ, ເປັນເຈົ້າການສຶກສາອົບຮົມການເມືອງ​ -​ ແນວຄິດ, ປຸກລະດົມຂົນຂວາຍໃຫ້ສະມາຊິກພັກ, ພະນັກງານ,​ ເປັນເຈົ້າການສືບຕໍ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ​ XI ຂອງສູນກາງພັກ,​ ມະຕິກອງປະຊຸມໃຫຍ່​ ຄັ້ງທີ​ VIII ຂອງອົງຄະນະພັກແຂວງ,​ 2 ວາລະແຫ່ງຊາດທີ່ຜັນຂະຫຍາຍມາເປັນວາລະຂອງແຂວງ, ມາດຕະການແກ້ໄຂບັນຫາຄວາມຫຍຸ້ງ ແລະ ບັນຫາເຄັ່ງຮ້ອນດ້ານເສດຖະກິດ​ - ການເງິນ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກ​ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້.​ ນອກນີ້​ ໃຫ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານປັບປຸງກໍ່ສ້າງ​ - ຂະຫຍາຍພັກ ຢ່າງມີເປົ້າໝາຍ​ ແລະ ຮັບປະກັນການກໍ່ສ້າງພັກ ຕາມ 5 ຫຼັກການ, 3 ທິດນໍາ ເພື່ອເຮັດໃຫ້ການຈັດຕັ້ງພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງບໍ່ຢຸດຢັ້ງ.









Post a Comment (0)
Previous Post Next Post
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ

Vision and Mission

ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ
ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງອຸດົມໄຊ